ຕອນ​ບ່າຍ​ວັນ​ທີ 2 ພະ​ຈິກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ວາ​ລະ​ປະ​ຊຸມ​ຄັ້ງ​ທີ 8 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍການ​ລົງ​ທຶນ 3 ໂຄງ​ການ​ລົງ​ທຶນ​ກໍ່​ສ້າ​ງ​ເສັ້ນ​ທາງ​ຄວາມ​ໄວ​ສູງ, ລວມ​ມີ​ ເສັ້ນ​ທາງ​ຄວາມ​ໄວ​ສູງ ບ໋າວ​ຮ່າ - ລາຍ​ເຈົາ, ຕອນ ບ໋າວ​ຮ່າ - ເຕິນ​ຟອງ; ເສັ້ນ​ທາງ​ຄວາມ​ໄວ​ສູງ ກວ໋າງ​ຫງາຍ - ກອນ​ຕຸມ; ເສັ້ນ​ທາງ​ຄວາມ​ໄວ​ສູງ ມົກ​ເຈົາ - ເຊີນ​ລາ - ດຽນ​ບຽນ, ບໍ​ລິ​ເວນ​ແຂວງ ເຊີນ​ລາ. ໂດຍປະ​ກອບ​ຄຳ​ເຫັນ​ໃສ່ແຜນຮ່າງ​ໂຄງ​ການ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ການ​ລົງ​ທຶນ 3 ເສັ້ນ​ທາງ​ຄວາມ​ໄວ​ສູງ​ທີ່​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ໃຫ້​ແກ່​ບັນ​ດາ​ແຂວງ​ເຂດ​ພູ​ສູ​ງ​ທາງ​ທິດ​ເໜືອ ແລະ ໄຕ​ງວຽນ; ມີ​ຄວາມ​ໝ​າຍ​ການ​ເມືອງ​ໃຫຍ່ຫຼວງ​ທີ່​ສຸດ, ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃຫ້​ແກ່​ບັນ​ດາ​ແຂວງ​ໃນ​ເຂດ, ເຊິ່ງໄດ້ຮັບຄວາມສົນໃຈ​ຈາກປະ​ຊາ​ຊົນ ແລະ ວິ​ສາ​ຫ​ະ​ກິດຫຼາຍ​ທີ່​ສຸດ. ທ່ານ ໃຫ້​ຮູ້​ວ່າ:

ລັດ​ຖະ​ບານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຮອບ​ດ້ານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ ມີ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ຂົງ​ເຂດ; ບັນ​ດາ​ແຂວງ ​ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໜ້າ​ພຽງ; ບ່ອນຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຄືນໃໝ່​ຂອງ​ປະ​ຊາ​ຊົນ, ວັດ​ສະດຸ ແລະ ເສັ້ນ​ທາງ​ເຊື່ອມ​ຕໍ່. ສະ​ເໜີ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ - ການ​ເງິນ​ ສ້າ​ງ​ສຳເລັດບົດ​ລາຍ​ງານການ​ສຳຫຼວດປະເມີນ​ຢ່າງ​ເປັນ​ທາງ​ການ. ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ອົງ​ການກວດ​ສອບ​ແຫ່ງ​ລັດ ຕ້ອງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ນັບ​ແຕ່​ຂັ້ນ​ຕອນ​ກະ​ກຽມ. ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ​ແຜນ​ນະ​ໂຍ​ບາຍບົນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ; ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຕອບ​ສະ​ໜອງ ດ້​ວຍ​ຄຸ​ນ​ນະ​ພາບ, ຄວາມ​ຄືບ​ໜ້າ, ລັກ​ສະ​ນະ​ໂປ່ງ​ໃສ.