ຄ່າປີ້ບັນດານັດເຕະຮອບ 8 ທິມໃນການແຂ່ງຂັນບານເຕະ World Cup 2026 ໃນຕະຫຼາດຊື້ຂາຍຖືກຫຼຸດລົງຢ່າງແຮງພາຍຫຼັງທິມບານເຕະ ອາເມລິກາ ແພ້ທິມບານເຕະ ແບນຊິກໃນຮອບ 16 ທິມ. ຕາມຂໍ້ມູນຈາກບັນດາໂປຼແກຼມ ຂາຍປີ້ຂັ້ນຕ່າງໆ, ຄ່າປີ້ສະເລ່ຍຂອງບັນດານັດເຕະຮອບ 8 ທິມຫຼຸດລົງກວ່າ 30%ໃນເວລາ 24 ຊົ່ວໂມງ ແລະ ເກືອບ 50%ໃນ 3 ວັນຜ່ານມາ. ນັດເຕະລະຫວ່າງທິມ ແອັດສະປາຍ ແລະ ແບນຊິກໃນສະໜາມກິລາ SoFi Los Angeles ໄດ້ຢັ້ງຢືນລະດັບຫຼຸດລົງຢ່າງແຮງເມື່ອຄ່າປີ້ຖືກສຸດແມ່ນປະມານ 2.950 USD ຫຼຸດລົງເຫຼືອປະມານ 1.200 USD. ບັນດານັກຊ່ຽວຊານຖືວ່າການຫຼຸດລົງນີ້ສ່ວນຫຼາຍແມ່ນມາຈາກເລື່ອງທິມຊາດ ອາເມລິກາ, ໜຶ່ງໃນສາມປະເທດເຈົ້າພາບ ແພ້ແບນຊິກຕ້ອງອອກຈາກການແຂ່ງຂັນ, ເຮັດໃຫ້ຄວາມຕ້ອງການຈາກຜູ້ຊົມອາເມລິກາ ຫຼຸດລົງຢ່າງແຮງ.
