ໃນການເຮັດວຽກທີ່ໄດ້ດຳເນີນຢູ່ ຮ່າໂນ້ຍ ຫວ່າງມໍ່ໆມານີ້, ສອງຝ່າຍໄດ້ສຳຫຼວດກວດຄືນຄວາມຄືບໜ້າການຜັນຂະຫຍາຍ, ປະຕິບັດສຳເລັດບັນດາລະບຽບການທີ່ຈຳເປັນ, ສູ້ຊົນລົງນາມໃນຂໍ້ຕົກລົງອຸປະຖຳໃນທ້າຍປີນີ້, ສ້າງປະຖົມປັດໄຈເພື່ອຜັນຂະຫຍາຍໂຄງການນີ້ໂດຍໄວ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ. ໂຄງການນີ້ໄດ້ຮັບການຕັ້ງຄວາມຫວັງວ່າ ຈະປະກອບສ່ວນຍົກສູງກຳລັງຄວາມສາມາດບຳລຸງສ້າງ, ການຄົ້ນຄວ້າ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຂົງເຂດເຕັກໂນໂລຢີຍຸດທະສາດ. ໄປຄຽງຄູ່ກັນນັ້ນ ເລື່ອງລົງທຶນພື້ນຖານໂຄງລ່າງ ແລະ ສ້າງໂຄງການບຳລຸງສ້າງ, ໂຄງການກໍມຸ່ງໄປເຖິງການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ກັບລະບົບມູນຄ່າເຄິ່ງຊັກນຳໄຟຟ້າທົ່ວໂລກ, ພິເສດແມ່ນບັນດາວິສາຫະກິດເຕັກໂນໂລຢີແຖວໜ້າຂອງໂລກ.
ໂຄງການດັ່ງກ່າວນອນໃນຂອບເຂດສັງລວມສາຍພົວພັນຮ່ວມມືກັບ ສະຫະພາບເອີຣົບ (EU).
