ຕອນຄ່ຳວັນທີ 28 ສິງຫາ, ຢູ່ ນະຄອນຫຼວງ Rome (ປະເທດ ອີຕາລີ), ພິທີໄຂຄ້າຍພັກຊາວໜຸ່ມນັກສຶກສາ ຫວຽດນາມ ຢູ່ ເອີຣົບ ຄັ້ງທີ 12 ໄດ້ໄຂຂຶ້ນໃນບັນຍາກາດທີ່ຟົດຟື້ນ. ເຫດການປີນີ້ມີການເຂົ້າຮ່ວມ ຂອງນັກສຶກສາຊາວໜຸ່ມເກືອບ 100 ຄົນທີ່ເປັນຕາງໜ້າໃຫ້ແກ່ ໄວໜຸ່ມ, ນັກສຶກສາ ແລະ ຊາວໜຸ່ມຊາວ ຫວຽດນາມທີ່ພວມຮຽນ, ເຮັດວຽກຢູ່ຫຼາຍປະເທດ ເອີຣົບກໍ່ຄືມາຈາກ ຫວຽດນາມ. ຄ້າຍພັກຊາວໜຸ່ມ - ນັກສຶກສາ ຫວຽດນາມ ຢູ່ ເອີຣົບ ແມ່ນກິດຈະກຳປະຈຳປີທີ່ມີຄວາມໝາຍຍຸດທະສາດ ຕໍ່ປະຊາຄົມນັກສຶກສາ ແລະ ຊາວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ. ບໍ່ພຽງແຕ່ເປັນສະໜາມຫຼິ້ນເພື່ອພົບປະແລກປ່ຽນເທົ່ານັ້ນ, ຄ້າຍພັກຍັງໄດ້ອອກແບບເປັນສະຖານທີ່ວິຊາການ - ວັດທະນະທຳຫຼາຍແງ່ມູມ. ໂດຍດຳເນີນແຕ່ວັນທີ 28 ສິງຫາ ຫາ ວັນທີ 30 ສິງຫາ, ຄ້າຍພັກຊາວໜຸ່ມນັກສຶກສາ ຢູ່ ເອີຣົບຄັ້ງທີ 12 ໄດ້ນຳມາເຊິ່ງບັນດາກິດຈະກຳທີ່ອຸດົມສົມບູນ ລວມມີການພົບປະແລກປ່ຽນວິຊາການ, teambuilding, ເວທີປາໄສເລີ່ມຕົ້ນທຸລະກິດ startup ແລະ ການລົງຕົວຈິງ…
