ອາກ​ຊັງ​ຕິນ ເປີດ​ຕົວ​ຮູບ​ປັ້ນ Messi ສູງ 26 ແມັດ

ນະ​ຄອນ Cutral Co, ຂຶ້ນ​ກັບ​ແຂວງ Neuquén, ອາກ​ຊັງ​ຕິນ ຫາ​ກໍ່​ເປີດ​ຕົວ​ຮູບ​ປັ້ນ​ກອງ​ໜ້າ Lionel Messi ສູ​ງ 26 ແມັດ ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສູງ​ທີ່​ສຸດ​ໃນ​ໂລກ ຊຶ່ງ​ສູງກວ່າ​ຮູບ​ປັ້ນ​ຂອງ​ນັກ​ເຕະບານ​ຄົນ​ນີ້​ຢູ່​ອິນ​ເດຍ. ຜົນ​ງານ​ໂດຍ​ນັກ​ສິ​ລະ​ປິນ​ທ້ອງ​ຖິ່ນ Aldo Beroisa ປະ​ຕິ​ບັດ. ຮູບ​ປັ້ນ​ວາບ​ພາບ ນັກ​ເຕະບານ Messi ພວມ​ນຸ່ງ​ເສື້ອ​ທິມ​ຊາດ​ບານ​ເຕະ ອາກ​ຊັງ​ຕິນ ຍົກ​ ຂັນ​ຊະ​ນະ​ເລີດ World Cup ຂຶ້ນ​ສູງເຊິ່ງ​ເພິ່ນ​ພ້ອມ​ກັບ​ທິມ​ບານ​ເຕະ​ຂອງ​ຕົນ​ຍາ​ດ​ໄດ້​ຢູ່ Qatar 2022.

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ​ເປີດ, ອຳ​ນາ​ດ​ການ​ປົກ​ຄອງ ນະ​ຄອນ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ສັນ​ຍາ​ລັກ​ເຊີດ​ຊູ Messi ກໍ່​ຄື​​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ​ພາຍຫຼັງ ຍາດ​ໄດ້​ລາງວັນ​ຊະ​ນະ​ເລີດ​ໂລກ ຂອງ ອາກ​ຊັງ​ຕິນ. ໂຄງ​ການ​ໃໝ່​ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ການ​ທ່ອ​ງ​ທ່ຽວ​ໃຫ້​ແກ່ ນະ​ຄອນ​ Cutral Co ໂດຍ ແຂວງ Neuquén ຮັບ​ຮູ້​ວ່າ​ແມ່ນ​ເມືອງຫຼວງ​ຂອງ​ຮູບ​ປັ້ນ.

25% ຈຳ​ນວນ​ນັດ​ເຕະ​ບານຂອງ World Cup ໄດ້​ດຳ​ເນີນ​ພາຍ​ໃຕ້​ອຸນ​ຫະ​ພູມ​ທີ່​ອັນ​ຕະ​ລາຍ

ແດ​ດ​ຮ້ອນ​ພົວ​ມ​ປະ​ກົດ​ຂຶ້ນ​ຄື​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ທີ່​ເປັນ​ໜ້າ​ວິ​ຕົກ​ກັງ​ວົນ​ທີ່​ສຸດ​ຢູ່​ຮອບ​ຊີງ​ຊະ​ນະ​ເລີດ​ໃນ​ການ​ງານ​ແຂ່ງ​ຂັນ​ບານ​ເຕະ​ໂລກ (World Cup) 2026 ເມື່ອ​ອຸນ​ຫະ​ພຸມ​ສ່ວນຫຼາຍ​ສູງກວ່າ 30 ອົງ​ສາ​ຊີ ໃນ​ເວ​ລາ​ດຳ​ເນີນ​ບັນ​ດາ​ນັດ​ເຕະບານ. ຕາມ​ການ​ວິ​ເຄາະ​ຂອງ​ອົງ​ການ​ຄົ້ນ​ຄ້​ວາຈຳ​ນວນ​ໜຶ່ງ ແລະ ສະ​ມາ​ຄົມ​ນັກ​ເຕະ​ເປັນ​ມື​ອາ​ຊີບ​ໂລກ (FIFPRO) ແລ້ວ, ມີຫຼາຍ​ນັດ​ເຕະ​ຂອງ World Cup ຢູ່​ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ໃນ​ເງື່ອນ​ໄຂ​ອຸນ​ຫະ​ພູມ​ສູງກວ່າ​ລະ​ດັບ​ກ່າວ​ເຕືອນ. ຕໍ່​ໜ້າ​ສະ​ພາບ​ການ​ນີ້, ສະ​ຫະ​ພັນບານ​ເຕະ​ໂລກ ໄດ້​ໝູນ​ໃຊ້​ໄລ​ຍະ​ພັກ​ຜ່ອນ​ກິ​ນ​ນ້ຳ​ບັງ​ຄັບ, ພ້ອມ​ທັງ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການສາ​ທາ​ລະ​ນະ​ສຸກ ແລະ ລະ​ບົບ​ທຳ​ຄວາມ​ເຢັນ​ຢູ່ ສະ​ໜາມ​ກິ​ລາ.

ບັນ​ດາ​ນັກ​ຊ່ຽວ​ຊານ​ໃຫ້​ຂໍ​້​ສັງ​ເກດ​ວ່າ ພວມ​ກາຍ​ເປັນ​ສິ່ງ​ທົດ​ລອງ​ໃຫຍ່​ສຳ​ລັບ​ບານ​ເຕະ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ນັບ​ມື້​ນັບ​ຈະ​ແຈ້ງ. ມີ​ຄຳ​ເຫັນຫຼາຍ​ຢ່າງ​ຖື​ວ່າ FIFA ຈະ​ຄິດ​ໄລ່​ຄືນ​ຈຸດ​ເວ​ລາ​ແຂ່ງ​ຂັນ​ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ​ນັກ​ເຕະ​ຢູ່​ບັນ​ດາ​ການ​ແຂ່ງ​ຂັນ​ໃຫຍ່​ທີ່​ສຸດ​ໃນ​ອະ​ນາ​ຄົດ.