ທ່ານ Ismail Haniya, ຫົວໜ້າຂະບວນການອິດສະລາມ Hamas

(ພາບ: Reuters)

ການນຳຂະບວນການອິດສະລາມ ປາແລດຕີນຜູ້ນີ້ຢືນຢັນວ່າ: ວົງການເຈົ້າໜ້າທີ່ ອີຢີບ ໄດ້ສະແດງເຈດຕະນາດີ ພ້ອມແລ້ວຮ່ວມມືເພື່ອແກ້ໄຂວິກິດການຢູ່ເຂດ Gaza ພາຍຫຼັງການພົບປະລະຫວ່າງ 2 ຝ່າຍໄລຍະມໍ່ໆມານີ້, ພິເສດແມ່ນການຢ້ຽມຢາມຫວ່າງແລ້ວນີ້ເຖິງນະຄອນຫຼວງ ກາຍໂຣ ຂອງຄະນະປະຕິບັດງານຂະບວນການ Hamas. ຕາມທ່ານ Haniya ແລ້ວ, ອຳນາດການປົກຄອງ ອີຢິບ ໄດ້ປະກາດໃຊ້ບັນດາມາດຕະການ ແລະ ນະໂຍບາຍສຳຄັນຄື: ສະໜອງເຊື້ອເພິງໃຫ້ແກ່ໂຮງງານໄຟຟ້າຢູ່ເຂດ Gaza, ພວມກະຕຸກຊຸກຍູ້ເລື່ອງເປີດປະຕູດ່ານຊາຍແດນ Rafah ໃນອະນາຄົດໃກ້ໆນີ້ຄືນໃໝ່. ບັນດາວຽກງານນີ້ມີຜົນປະໂຫຍດຫລຸດຜ່ອນການແບກຫາບໃຫ້ປະຊາຊົນເຂດຢູ່ Gaza ທີ່ພວກຖືກ ອິດສະຣາແອນ ປິດລ້ອມ.

ກ່ອນໜ້ານັ້ນ, ຂະບວນການ Hamas ໄດ້ຕົກລົງສ້າງຕັ້ງເຂດປ້ອງກັນຄວາມສະຫງົບ ຫ້າມໄປມາ ໃນເຂດຊາຍແດນຮ່ວມລະຫວ່າງ ເຂດ Gaza ກັບ ອີຢິບ ເພື່ອແນໃສ່ຄວບຄຸມເຂດຊາຍແດນ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບ - ສ່ວນໜຶ່ງຂອງຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ Hamas ແລະ ອຳນາດການປົກຄອງ ກາຍໂຣ.