ເຫດການດັ່ງກ່າວ ໂດຍສູນ ອາຊຽນ - ສ.ເກົາຫຼີ (AKC) ຈັດຕັ້ງ ພາຍໃຕ້ການອຸປະຖຳຂອງກະຊວງການຕ່າງປະເທດ ສ.ເກົາຫຼີ, ນີ້ກໍ່ແມ່ນການເຄື່ອນໄຫວຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ເຊິ່ງຈະໄດ້ຈັດຕັ້ງຢູ່ ບູຊານ ໃນທ້າຍເດືອນ ພະຈິກ ຈະມາເຖິງ.

ຂະບວນລົດໄຟ ອາຊຽນ - ສ.ເກົາຫຼີ: ການເດີນທາງໃໝ່ແຫ່ງນ້ຳໃຈມິດຕະພາບ (ພາບ: TTXVN)

ຕາມຄະນະຈັດຕັ້ງແລ້ວ, ການເດີນທາງນີ້ ແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ສ.ເກົາຫຼີ ຮັບຮູ້ຄວາມສຳຄັນຂອງການຮ່ວມມືລະດັບພາກພື້ນໃນການປ້ອງກັນ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດຫລາຍແຫ່ງຂອງທັງ 2 ຝ່າຍ.