ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ ພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: TTXVN)

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງແຂວງລອງອານ ໄດ້ຍົກອອກຄໍາເຫັນ, ຂໍ້ສະເໜີແນະຫຼາຍຢ່າງທີ່ກ່ຽວຂ້ອງເຖິງການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ອາດຊະຍາກໍາຢາເສບຕິດ; ການຈໍາໜ່າຍຜະລິດຕະພັນກະເສດ...

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄດ້ຮັບເອົາບັນດາຄໍາເຫັນປະກອບ ກໍຄືບັນດາຂໍ້ສະເໜີແນະ, ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງ ໄດ້ຍົກອອກມາ. ພ້ອມທັງຢ້ັງຢືນວ່າ ວຽກງານຕ້ານການສໍ້ລາດບັງຫຼວງພວມຖືກ ພັກ ແລະ ລັດຖະບານ ຍູ້ແຮງ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຈາກປະຊາຊົນ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂ້ັມງວດ.