|
ພາບ:vietnam+ |
ກອງປະຊຸມໄດ້ສຸມໃສ່ເຂົ້າໃນບັນດາບັນຫາຈຸດສຸມ, ຊອກຫາມາດຕະການປະຕິບັດມະຕິດັ່ງກ່າວໃນຊຸມປີຈະມາເຖິງ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ກຳແຫນ້າກາລະໂອກາດ ແລະ ສິ່ງທ້າທາຍ ເພື່ອສາມາດຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ລັດ ຢ່າງເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ປະສິດທິຜົນ, ສືບຕໍ່ວາງອອກບັນດາມາດຕະການເພື່ອແນໃສ່ເຊື່ອມໂຍງຢ່າງມີປະສິດທິຜົນ, ຍົກທີ່ຕັ້ງບົດບາດຂອງຫວຽດນາມໃຫ້ສູງຂຶ້ນຢູ່ພາກພື້ນ ແລະ ບົນເວທີສາກົນ.

