(ພາບປະກອບ: VTC)

ສະມາຄົມທ່ອງທ່ຽວ ຫວຽດນາມ ຫາກໍ່ສະເໜີເປີດປະຕູໃຫ້ແກ່ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ກຸມພາ. ເພື່ອຮັບໃຊ້ແຜນການຟື້ນຟູ, ມີວິສາຫະກິດທ່ອງທ່ຽວຫຼາຍແຫ່ງໄດ້ເລີ່ມຮັບສະໝັກບຸກຄະລາກອນ.

ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວສາກົນມາ ຫວຽດນາມ ເມື່ອໄດ້ເປີດປະຕູການທ່ອງທ່ຽວຢ່າງເປັນທາງການ, ຜູ້ຕາງໜ້າວິສາຫະກິດແຫ່ງໜຶ່ງໃຫ້ຮູ້ວ່າໄດ້ຮັບສະໝັກບຸກຄະລາກອນໃໝ່ນັບພັນຄົນເພື່ອບຳລຸງສ້າງໂດຍໄວ. ບັນດາບຸກຄະລາກອນມີລະດັບຄວາມຮູ້, ປະສົບການ ຫຼື ມັກຮັກຂະແໜງທ່ອງທ່ຽວ ແມ່ນເປົ້າໝາຍທີ່ເຂົາເຈົ້າໃຫ້ບຸລິມະສິດເລືອກເອົາ. ວິສາຫະກິດຫຼາຍແຫ່ງກໍ່ຖືວ່າ ເຂົາເຈົ້າເລີ່ມຮັບສະໝັກຍ້ອນຕ້ອງອີງໃສ່ແຫຼ່ງລູກຄ້າ, ລະດັບເງິນເດືອນຂອງບັນດາບຸກຄະລາກອນໃນຂະແໜງນີ້ຍັງບໍ່ທັນເພີ່ມຂຶ້ນເມື່ອທຽບໃສ່ຂະແໜງອື່ນ ຍ້ອນວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນໄລຍະເລີ່ມເຄື່ອນໄຫວຄືນໃໝ່ນີ້.