(ພາບ: baovanhoa.vn)
ຢູ່ ຮ່າໂນ້ຍ, "ວັນບຸນໄຫວ້ພະຈັນປີ 2026" ໄດ້ດຶງດູດເດັກນ້ອຍເຍົາວະຊົນ, ອະນຸຊົນ, ປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພ້ອມກັບບັນດາໂຄມໄຟໄຫວ້ພະຈັນ ແລະ ຮູບແບບສິລະປະພື້ນເມືອງທີ່ຄຸ້ນເຄີຍແລ້ວ, ພວກນ້ອງຍັງໄດ້ເຫັນບັນດາຮູບພາບທີ່ເປັນສັນຍະລັກຂອງ ທັງລອງ - ຮ່າໂນ້ຍ ຄື: ນັກສາດສະດາຈານເຮັດດ້ວຍເຈ້ຍ, ທາດ ບຸດ (ທາດ ປາກກາ)... ຕາມຄະນະຈັດຕັ້ງແລ້ວ, ຮູບພາບເຫຼົ່ານີ້ໄດ້ເຮັດໃຫ້ນຶກເຖິງມູນເຊື້ອມັກຮ່ຳມັກຮຽນ, ຈິດໃຈເຄົາລົບຄຸນຄ່າຄວາມຮູ້ ແລະ ຄວາມຫວັງທີ່ສວຍງາມ ເຊິ່ງຄົນລຸ້ນກ່ອນໄດ້ຝາກຝັງໄວ້ໃຫ້ເດັກນ້ອຍ.
ຢູ່ນະຄອນ ເກິ່ນເທີ, ລາຍການວັນບຸນໄຫວ້ພະຈັນໃຫ້ແກ່ນ້ອງທີ່ມີຊື່ວ່າ "ໂຄມໄຟແສງສະຫວ່າງຄວາມຝັນ" ປີ 2026 ໄດ້ສຸມໃສ່ໃຫ້ຄວາມສົນໃຈເຖິງເດັກນ້ອຍເຍົາວະຊົນ, ອະນຸຊົນຢູ່ 248 ຕາແສງເຂດຊາຍແດນ, ໂດຍສະເພາະແມ່ນເດັກນ້ອຍເຂດຊົນເຜົ່າສ່ວນໜ້ອຍ; ເດັກນ້ອຍເຂດຫ່າງໄກ ສອກຫຼີກ ແລະ ບັນດາເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ.
ສ່ວນຢູ່ນະຄອນ ໂຮ່ຈິມິນ, ບັນດາເດັກນ້ອຍໄດ້ເຂົ້າຮ່ວມຫຼາຍກິດຈະກຳ, ຄື: ການເຮັດເຂົ້າໜົມໄຫວ້ພະຈັນ, ເຮັດໂຄມໄຟ, ເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ.
