ຄະນະເລຂາສູນກາງພັກພົບປະສັງສັນກັບພະນັກງານຂັ້ນສູງໄດ້ພັກກິນເບ້ຍບຳນານ (ພາບ: ຫວຽດນາມ+) |
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນປະທານກອງປະຊຸມ. ກ່າວຄຳເຫັນນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ ປີ 2016 ແລະ ຊຸມເດືອນຕົ້ນປີ 2017 ສະພາບການໂລກຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນໄວ້ລ່ວງໜ້າໄດ້. ຢູ່ພາຍໃນປະເທດໄດ້ເກີດຫລາຍເຫດການທີ່ໜ້າເປັນຫ່ວງ. ໃນສະພາວະນັ້ນ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກໄດ້ສຸມໃສ່ຊີ້ນຳນຳພາ, ທັງລະບົບການເມືອງໄດ້ເຂົ້າຮ່ວມ, ທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ຫວຽດນາມ ເປັນຈິດໜຶ່ງໃຈດຽວ, ຜ່ານຜ່າທຸກຄວາມຫຍຸ້ງຍາກສິ່ງທ້າທາຍ ແລະ ໄດ້ບັນລຸໝາກຜົນສຳຄັນຫລາຍຢ່າງໃນຫລາຍຂົງເຂດ.

