(ພາບ: ກະຊວງປ້ອງກັນປະເທດ)
ວັນທີ 03 ກໍລະກົດ, ຄະນະກູ້ໄພກູ້ຊີບ ຫວຽດນາມ ສືບຕໍ່ໄດ້ແຍກໄປຫຼາຍເຂດທີ່ແຕກຕ່າງກັນ, ຜັນຂະຫຍາຍການຊອກຫາກູ້ໄພກູ້ຊີບທີ່ຍັງຕິດຄ້າງໃນເຫດວິນາດຕະກຳແຜ່ນດິນໄຫວຢູ່ເຂດ Playa Grande (ລັດ La Guaira) ຂອງ ເວເນຊູເອລາ ແລະ ນຳເອົາຊາກສົບຜູ້ປະສົບເຄາະຮ້າຍ 15 ຄົນອອກຈາກເຂດຖືກຫັກພັງຕື່ມອີກ.
ໃນມື້ເຮັດວຽກທີ 4 ຢູ່ຈຸດເກີດເຫດ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ເຂົ້າຮ່ວມການຟື້ນຟູຜົນເສຍຫາຍທີ່ເກີດຈາກເຫດແຜ່ນດິນໄຫວຢູ່ ເວເນຊູເອລາ, ລວມມີສະມາຊິກ 124 ຄົນ, ມີກຳລັງກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນພ້ອມກັບບັນດາຫົວໜ່ວຍເພື່ອເປີດກວ້າງເຂດຊອກຫາ. ສະນັ້ນ, ມາຮອດປະຈຸບັນ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຊອກເຫັນ ແລະ ນຳເອົາຊາກສົບຜູ້ປະສົບເຄາະຮ້າຍລວມ 45 ຄົນອອກຈາກເຂດຖືກຫັກພັງໃນເຫດແຜ່ນດິນໄຫວ.
ໃນວັນດຽວກັນ, ທ່ານພົນຈັດຕະວາ ຟ້າມວັນຕິ້, ຮອງຫົວໜ້າກົມກູ້ໄພກູ້ຊີບ, ກົມໃຫຍ່ເສນາທິການ, ຫົວໜ້າຄະນະກູ້ໄພກູ້ຊີບກຳລັງກອງທັບປະຊາຊົນ ຫວຽດນາມ ໄດ້ອ່ານຈົດໝາຍຍ້ອງຍໍຂອງ ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ບັນດານາຍທະຫານວິຊາສະເພາະທີ່ເຂົ້າຮ່ວມການຟື້ນຟູຜົນເສຍຫານທີ່ເກີດຈາກເຫດແຜ່ນດິນໄຫວຢູ່ ເວເນຊູເອລາ ຟັງ.
