ການຕ້ອນຮັບ ຄະນະນາຍທະຫານ, ລູກເຮືອ ກໍ່າປັ່ນກອງທັບເຮືອ ບຣູໄນ ທີ່ທ່າກໍ່າປັ່ນ ຕຽນຊາ (ພາບ:TTXVN) |
ໃນ 3 ວັນ ຢ້ຽມຢາມນະຄອນດ່າໜັງ, ບັນດານາຍທະຫານ ແລະ ລູກເຮືອ KDB DARUTTAQWA ຈະໄດ້ທັດສະນະສຶກສາກໍ່າປັ່ນກອງທັບເຮືອຫວຽດນາມ,ເຂົ້າຢ້ຽມຂໍ່ານັບຜູ້ບັນຊາການກອງທັບເຂດ 5, ກອງບັນຊາການເຂດ 3 ກອງທັບເຮືອ, ການນໍາຄະນະກໍາມະການປະຊາຊົນນະຄອນດ່າໜັງ. ບັນດານາຍທະຫານ, ລູກເຮືອ ກໍ່າປັ່ນ KDB DARUTTAQWA ຈະມີການແລກປ່ຽນປະສົບການລະຫວ່າງນາຍທະຫານຫວຽດນາມ ແລະ ບຣູໄນ; ແຂ່ງຂັນເຕະບານມິດຕະພາບລະຫວ່າງນາຍທະຫານສອງປະເທດ.
ການຢ້ຽມຢາມຂອງກໍ່າປັ່ນ ກອງທັບເຮືອ ບຣູໄນ KDB DARUTTAQWA ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຮ່ວມມື, ເພື່ອສ້າງຄວາມເຂົ້າໃຈ ແລະ ໄວ້ວາງໃຈເຊິ່ງກັນ ແລະ ກັນ ລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງ ບຣູໄນ ກັບ ຫວຽດນາມ.

