ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ວາລະອັດກອງປະຊຸມ |
ພາຍຫຼັງ ເຮັດວຽກເປັນເວລາ 3 ວັນ, ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດໂຄງການດຳເນີນງານ ຂອງກອງປະຊຸມຄັ້ງທີ 16 ໂດຍປະກອບຄຳເຫັນໃສ່ບັນດາເນື້ອໃນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄຳເຫັນທີ່ກອງປະຊຸມສະໄໝສາມັນຄັ້ງທີ 4 ແລະ ພິຈາລະນາບາງບັນຫາຕາມສິດອຳນາດຂອງຕົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີ ເລຂາທິການໃຫຍ່ສະພາແຫ່ງຊາດສົມທົບກັບບັນດາອົງການປະກາດໃຊ້ບົດສະຫຼຸບໂດຍໄວ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງຮີບຮ້ອນຜັນຂະຫຍາຍ, ແກ້ໄຂຢ່າງທັນການ; ມີພື້ນຖານ ເພື່ອຈັດຕັ້ງປະຕິບັດ.

