(ພາບ: quochoi.vn)
ເມື່ອໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເດີນເຮືອຢູ່ທະເລ ແລະ ທາງແມ່ນ້ຳ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຕໍ່ຂອບເຂດການດັດປັບຂອງຮ່າງກົດໝາຍ, ບົນພື້ນຖານສືບທອດຂອບເຂດການດັດປັບຂອງ 2 ເອກກະສານພວມປະກາດໃຊ້ໃນປະຈຸບັນ. ພ້ອມກັນນັ້ນ, ສະເໜີໃຫ້ລັດຖະບານສືບຕໍ່ຄົ້ນຄວ້າ, ກວດກາເພື່ອຫັນບັນດາພັນທະສາກົນເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດໃຫ້ກາຍເປັນກົດໝາຍພາຍໃນ; ຫັນບັນດາຂໍ້ກຳນົດຂອງສົນທິສັນຍາສາກົນເປັນກົດໝາຍພາຍໃນເໝາະສົມກັບບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງເຊິ່ງ ຫວຽດນາມ ເປັນສະມາຊິກ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະແຫ່ງຊາດກໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍການວັດແທກ, ກົດໝາຍວ່າດ້ວຍການແກ່ງແຍ້ງ.
