ວັນ​ທີ 06 ກໍ​ລະ​ກົດ (ຕາມ​ເວ​ລ​າ​ທ້ອງ​ຖິ່ນ), ຄະ​ນະ​ປະ​ຕິ​ບັດ​ງານ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ໄປ​ເຖິງ​ເຂດ Abyei (ອາ​ຟະ​ລິ​ກາ), ເລີ່ມ​ຕົ້ນ​ລາຍ​ການ​ເຮັດ​ວຽກ​ກັບ​ກຳ​ລັງ​ຮັກ​ສາ​ສັ​ນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ຫວຽດ​ນາມ ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ຄວາມ​ໝັ້ນ​ຄົງ​ຊົ່ວ​ຄາວ​ສະ​ຫະ​ປະ​ຊາ​ຊາດ​​ປະ​ຈຳ Abyei.

ໃນ​ລາຍ​ການ​ເຮັດ​ວຽກ​ຢູ່​ຖານ​ທີ່​ໝັ້ນ Highway, ຄະ​ນະ​ປະ​ຕິ​ບັດ​ງານ​ໂດຍ​ທ່ານພັນ​ເອກ ຟ້າມ​ເຕິນ​ຟອງ, ຮອງ​ຫົວ​ໜ້າ​ກົມ​ຮັກ​ສາ​ສັນ​ຕິ​ພາບ​ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ຈັດ​ກອງ​ປະ​ຊຸມ​ຊາບ​ຊຶມ ແລະ ມອບ​ໜ້າ​ທີ່​ໃຫ້​​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ຄວາມ​ໝັ້ນ​ຄົງ​ຊົ່ວ​ຄາວ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳ Abyei, ລວມ​ມີ: ກອງ​ທະ​ຫານ​ຊ່າງ​ແສງເລກ 4, ໜ່ວຍ​ປະ​ຕິ​ບັດ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ໜ່ວຍ​ປະ​ຕິ​ບັດ​ງານ​ເລກ 7 ກະ​ຊວງ​ຕຳ​ຫຼວດ​.

ທີ່​ການ​ເຮັດ​ວຽກ, ​ທ່ານຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ຕີ​ລາ​ຄາ​ສູ​ງ​ກຳ​ລັງ​ການ​ຈັດ​ຕັ້ງ ແລະ ລັກ​ສະ​ນະເປັນ​ກຳ​ລັງ​ຫຼ​ວງ​ຂອງ​ກົມ​ກອງ. ທ່ານ​ພັນ​ເອກ ຟ້າມ​ເຕິນ​ຟອງ ຢືນ​ຢັນ​ວ່າ ເລື່ອງກອງ​ທະ​ຫານ​ຊ່າງ​ແສງ​ເລກ 4 ຮັກ​ສາ​ລະ​ດັບ​ຄວາ​ມ​ຄືບ​ໜ້າ​ ແລະ ຄຸນ​ນະ​ພາບ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ​ໃນ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ທີ່​ຮ້າຍ​ແຮງ, ​ພູມ​ສັນ​ຖານ​ທີ່ສັບ​ສົນ ພ້ອມ​ກັບ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ໃນ​ບໍ​ລິ​ເວນ​ທີ່​​ຊ້ອນ​ແຟງ​ຫຼາຍ​ປັດ​​ໄຈ​ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ນັ້ນ, ໄດ້​ເປັນ​ສິ່ງ​ພິ​ສູດ​ໃຫ້​້​ເຫັນ​ຄຸນ​ນະ​ທາດ ແລະ ​ຄວາມຍອ​ດ​ຍິ່ງ​ຂອງກອງ​ທະ​ຫານໝ​ວກ​ບາ​ເລ​ຟ້າ ຫວຽດ​ນາມ. ທ່ານກໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ກົມ​ກອງ​ຕ້​ອງ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ສຳ​ເລັດ​ພັນ​ທະ​ສາ​ກົນ​ໃຫ້​ເປັນ​ຢ່າງ​ດີ.