ເມື່ອ​ຂຽນ​ໃສ່​ປື້ມ​ໄວ້​ອາ​ໄລ, ທ່ານ​ນາງ ຮ່າ​ທິ​ງາ ສະ​ແດງວ່າ: ສຳ​ລັບ​ແນວ​ໂຮມ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ທ່ານ​ເປັນ​ເພື່ອນ​ຜູ້​ຍິ່ງ​ໃຫຍ່, ໃກ້​ຊິດ​ສະ​ໜິດ​ສະ​ໜົມ, ຍາມ​ໃດ​ກໍ່​ເພີ່​ມ​ພ​ູນ​ຄຸນ​ສ້າງ ແລະ ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ, ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້າ​ນ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ກໍ​ຄື​ລະ​ຫວ່າງ​ 2 ອົງ​ການ​ແນວ​ໂຮມ​ປະ​ເທດ​ຊາດ.

ຕອນ​ບ່າ​ຍ​ວັນ​ດຽວ​ກັນ, ຢູ່​ສະ​ຖານ​ກົງ​ສູງ​ ລາວ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ, ຄະ​ນະ​ຜູ້​ແທນ​ນະ​ຄອນ​​ໂດຍ​ທ່ານ ເຈິ່ນ​ລຶວ​ກວາງ, ກຳ​ມະ​ການ​ກົມ​ກາ​ນ​ເມືອງ, ເລ​ຂາ​ຄະ​ນ​ະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ນຳ​ໜ້າ​ໄດ້​ໄປ​ໄວ້​ອາ​ໄລ ແລະ ຂຽນ​ໃສ່​ປື້ມ​ໄວ້​ອາ​ໄລ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ.

ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ຕອ​ນ​ບ່າຍ​ວັນ​ທີ 10 ສິງ​ຫາ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ໃຫຍ່​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປ​ະ​ຈຳ ລາວ (AVILA), ກໍ່ໄດ້​ໄປ​ໄວ້​ອາ​ໄລ, ວາງ​ພວງ​ມາ​ລາ ແລະ ຂຽນ​ໃສ່​ປື້ມ​ໄວ້​ອາ​ໄລ ອາ​ໄລ​ຫາ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ເຊັນ​ດຽວ​ກັນ.