ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກຼາເທດ ຢ້ຽມຢາມ ອ່າວຮ້າລອງ (ພາບ: TTXVN) |
ທ່ານນາງປະທານສະພາແຫ່ງຊາດ ບັງກຼາເທດ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ອ່າວຮ້າລອງ. ທ່ານນາງກໍ່ຢືນຢັນວ່າ ເມື່ອກັບຄືນປະເທດ ທ່ານຈະແນະນຳກ່ຽວກັບທິວທັດທຳມະຊາດ ອ່າວຮ້າລອງ ໃຫ້ປະຊາຊົນ ບັງກຼາເທດ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ວາ ແລະ ມາຢ້ຽມຢາມສະຖານທີ່ທ່ອງທ່ຽວມີຊື່ສຽງ ອ່າວຮ້າລອງ ຂອງ ຫວຽດນາມ.

