ດ້ວຍສານວິໄສທັດ “ເປີດອະນາຄົດ”, ສຸມໃສ່ເຂົ້າໃນເຕັກໂນໂລຊີ 4.0, ງານຕະຫລາດນັດຄັ້ງນີ້ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດນັບພັນແຫ່ງຢູ່ພາຍໃນປະເທດ ແລະ ມາຈາກຫລາຍປະເທດໃນໂລກ ແລະ ມີແຂກມາຊົມກວ່າ 45.000 ເທື່ອຄົນ/ມື້. ນີ້ແມ່ນງານຕະຫລາດນັດພັດທະນາກວ່າໝູ່ຢູ່ ເຢຍລະມັນ ແລະ ໄດ້ຈັດຂຶ້ນເປັນ 2 ປີ/ເທື່ອຫນຶ່ງ.
ເນື່ອງໃນໂອກາດນີ້ ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໄດ້ມີການເຮັດວຽກກັບເຈົ້າຄອງນະຄອນ Frankfurt ແລະ ນະຄອນ Munich, ຢ້ຽມຢາມໂຮງງານເຕັກໂນໂລຊີສູງບາງແຫ່ງຢູ່ Munich.
