ບັນດາພົນທະຫານກອງທັງເຮືອຫວຽດນາມ ຕ້ອນຮັບທ່ານາງພັນຕີ Lisa Hunn ພ້ອມດ້ວຍພົນທະຫານ, ລູກເຮືອ ກອງທັບເຮືອ ລາຊະອານາຈັກ ນິວຊີແລນ HMNZS Te Mana F77(ພາບ: vietnamplus.vn)

ນີ້ແມ່ນການຢ້ຽມຢາມຄັ້ງທໍາອິດຂອງພົນທະຫານ ນິວຊີແລນ ມາ ນະຄອນໂຮ່ຈີມິນ ໃນປີ 2018 ເນື່ອງໃນໂອກາດ ສະເຫຼີມສະຫຼອງ 43 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ນິວຊີແລນ (1975 – 2018).

ໃນໄລຍະຢ້ຽມຢາມນະຄອນ ໂຮ່ຈີມິນ, ພົນທະຫານ ແລະ ລູກເຮືອ ກອງທັບເຮືອ ລາຊະອານາຈັກ ນິວຊີແລນ HMNZS Te Mana F77 ຈະໄປໄວ້ອາໄລ, ວາງພວງມາລາຢູ່ ອະນຸສາວະລີ ປະທານໂຮ່ຈີມິນ; ເຂົ້າຢ້ຽມຂໍ່ານັບການນໍານະຄອນໂຮ່ຈີມິນ, ກອງບັນຊາການທະຫານເຂດ 7; ແລກປ່ຽນບົດຮຽນ, ວິຊາການ ກັບບັນດາພົນທະຫານ ກອງທັບເຮືອຫວຽດນາມ ແລະ ຢ້ຽມຢາມບາງສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຢູ່ນະຄອນໂຮ່ຈີມິນ.