ເພື່ອຕອບສຳພາດຕໍ່ນັກຂ່າວໂທລະພາບ Fox News, ໃນວັນທີ 30 ທັນວາ, ທ່ານ Peter Navarro ທີ່ປຶກສາດ້ານການຄ້າ ທຳນຽບຂາວ ໄດ້ປະກາດວ່າ ເລື່ອງ ອາເມລິກາ ແລະ ຈີນຈະ ລົງນາມຂໍ້ຕົກລົງດ້ານການຄ້າໄລຍະທີ 1 ໃນຕົ້ນປີໃໝ່ (2020) ແມ່ນມີຄວາມເປັນໄປໄດ້ສູງພໍສົມຄວນ.

ໃນຂະນະນັ້ນ, ການປະກາດທີ່ໄດ້ເອົາລົງໃນ ເວັບໄຊຂອງ ກະຊວງການຄ້າຈີນໃນວັນທີ 29 ທັນວາ ໃຫ້ຮູ້ວ່າ ອົງການນີ້ ໄດ້ເປັນ ເຈົ້າການ ໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າກັບ ອາເມລິກາໃນປີນີ້ ແລະ “ຢຶດໝັ້ນປົກປັກຮັກສາບັນດາຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ”.