ຂໍ້ລິເລີ່ມ ປັກກິງ ເພື່ອການພັດທະນາຂອງໂລກ (ພາບ: TTXVN) |
ດ້ວຍການຮັບຮອງເອົາ “ຂໍ້ລິເລີ່ມ ປັກກິງ”, ໃນນັ້ນ ຮຽກຮ້ອງບັນດາພັກການເມືອງຮ່ວມແຮງຮ່ວມໃຈກັນສ້າງໂລກສັນຕິພາບ, ປະກອບສ່ວນໃຫ້ການພັດທະນາຂອງໂລກ, ປົກປົກຮັກສາຄວາມເປັນລະບຽບຮຽບຮ້ອຍໃນທົ່ວໂລກ, ສົ່ງເສີມຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງບັນດາພື້ນຖານສີວິໄລ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບ. “ຂໍ້ລິເລີ່ມ ປັກກິງ” ກໍ່ສະເໜີຫັນກອງປະຊຸມເຈລະຈາຂັ້ນສູງລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກເປັນລະບອບລະບຽບການ ແລະ ນຳກົນໄກນີ້ ກາຍເປັນພື້ນຖານຂັ້ນສູງ ຮັບໃຊ້ການເຈລະຈາດ້ານການເມືອງ ຢ່າງກ້ວາງຂວາງ ແລະ ມີຜົນສະທ້ອນໃນທົ່ວໂລກ.

