ນັບແຕ່ວັນທີ 19 – 22 ສິງຫາ, ສູນກາງຄະນະຊາວໜຸ່ມ ໄດ້ມອບຂອງຂວັນໄປຍັງ 6.200 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ |
ນັບແຕ່ວັນທີ 19 – 22 ສິງຫາ, ສູນກາງ ສະຫະສະມາຄົມຊາວໜຸ່ມ ຫວຽດນາມ, ສູນອາສາສະໝັກແຫ່ງຊາດ ພ້ອມກັບການຮ່ວມເດີນທາງຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ສົມທົບກັນມອບຂອງຂວັນຈຳນວນ 6.200 ພຸດ, ລວມມູນຄ່າ 2 ຕື້ 360 ລ້ານດົ່ງ ໃຫ້ແກ່ 6.200 ຄອບຄົວທີ່ພວມປະສົບກັບຄວາມຫຍຸ້ງຍາກ.
ນີ້ແມ່ນໜຶ່ງໃນບັນດາລາຍການທີ່ເຕັມໄປດ້ວຍຄວາມເມດຕາປານີ ເຊິ່ງອົງການຈັດຕັ້ງຊາວໜຸ່ມ, ສະຫະສະມາຄົມພວມຜັນຊະຫຍາຍຢ່າງມີປະສິດທິຜົນ ເປັນຕົ້ນແມ່ນ ລາຍການໜູນຊ່ວຍວັດຖຸອຸປະກອນການແພດ ໃຫ້ແກ່ກຳລັງຢູ່ແນວໜ້າຕ້ານໂລກລະບາດ; ຖ້ຽວລົດ “ແບ່ງປັນຄວາມຮັກແພງ, ຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດ”; ຕູ້ ATM ເຂົ້າສານ, ຕູ້ ATM ອົກຊີແຢນ….
ທູຮັ່ງ.

