ກອງບັນຊາການນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນັບແຕ່ວັນທີ 23 ມິຖຸນາ ຫາວັນທີ 4 ສິງຫາ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ສວນສາທາລະນະ ເລທິຣຽງ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 197 ອັດຖິ. ສະເພາະໃນວັນທີ 4 ສິງຫາ, ຢູ່ເຂດ B ຂອງສວນສາທາລະນະ ເລທິຣຽງ, ກຳລັງປະຕິບັດໜ້າທີ່ໄດ້ພົບເຫັນ ແລະ ທ້ອນໂຮມໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 15 ອັດຖິ ແລະ ເຄື່ອງຂອງຕິດມານຳ 9 ຊຸດ.
ໃນວັນທີ 3 – 4 ສິງຫາ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂຶ້ນກັບກອງບັນຊາການນະຄອນ ໂຮ່ຈີມິນ ໄດ້ສືບຕໍ່ເຄື່ອນຍ້າຍ ແລະ ເປີດກວ້າງຂອບເຂດການຄົ້ນຫາຢູ່ເຂດ B ດ້ວຍບໍລິມາດດິນ 500 ແມັດກ້ອນ ເພື່ອສາມາດເຂົ້າເຖິງບັນດາເຂດທີ່ສົງໄສມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
