ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ ນັບ​ແຕ່​ວັນ​ທີ 23 ມິ​ຖຸ​ນາ ຫາ​ວັນ​ທີ 4 ສິງ​ຫາ, ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຢັ້ງ​ຢືນ​ຊື່ແລະນາມ​ສະ​ກຸນ​ອັດ​ຖິນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ ໄດ້​ພົບ​ເຫັນ ແລະ ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດໄດ້ 197 ອັດ​ຖິ. ສະ​ເພາະ​ໃນ​ວັນ​ທີ 4 ສິງ​ຫາ, ຢູ່​ເຂດ B ຂອງ​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ພົບ​ເຫັນ ແລະ ທ້ອນ​ໂຮມ​ໄດ້​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 15 ອັດຖິ ແລະ ເຄື່ອງ​ຂອງ​ຕິດ​ມາ​ນຳ 9 ຊຸດ.

ໃນ​ວັນ​ທີ 3 – 4 ສິງ​ຫາ, ກອງ​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ ​ໂຮ່​ຈີ​ມິນ ໄດ້​ສືບ​ຕໍ່​ເຄື່ອນ​ຍ້າຍ ແລະ ເປີດກວ້າງ​ຂອບ​ເຂດ​ການ​ຄົ້ນ​ຫາຢູ່​ເຂດ B ດ້ວຍບໍລິມາດ​ດິນ 500 ແມັດ​ກ້ອນ ເພື່ອ​ສາມາດເຂົ້າ​ເຖິງ​ບັນ​ດາ​ເຂດ​ທີ່​ສົງ​ໄສ​ມີ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.