(ພາບ: Khanh Hoa/TTXVN)
ງານວາງສະແດງໄດ້ວາງສະແດງຮູບພາບ 100 ຮູບ, ແນະນຳ 30 ມໍລະດົກຂອງ ຫວຽດນາມ ເຊິ່ງອົງການ ສປຊ ເພື່ອການສຶກສາ, ວິທະຍາສາດແລະ ວັດທະນະທຳ(UNESCO) ໄດ້ຮັບຮອງ, ລວມມີ: ບັນດາມໍລະດົກວັດທະນະທຳໂລກ; ມໍລະດົກທຳມະຊາດໂລກ; ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ; ມໍລະດົກປາກຕໍ່ປາກ ແລະ ບໍ່ເປັນວັດຖຸຂອງມວນມະນຸດ; ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນຂອງມະນຸດ; ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງໄດ້ຮັບການປົກປ້ອງດ່ວນ ແລະ ມໍລະດົກເອກະສານໂລກ. ບັນດາຮູບພາບທີ່ວາງສະແດງຢູ່ທີ່ນີ້ນຳມາເຊິ່ງ ແງ່ມູນທີ່ມີຊີວິດຊີວາ ກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມໃຫ້ແກມະຫາຊົນ. ຈາກບັນດາກິດຈະກຳສະຖາປັດຕະຍາກຳ, ເຂດປູຊະນີຍະສະຖານປະຫວັດສາດ, ເຂດທັດສະນີຍະພາບທີ່ໂດ່ງດັ່ງ ຕະຫຼອດຮອດບັນດາປະເພດສິລະປະການສະແດງ, ງານບຸນ, ການເຊື່ອຖື, ອາຊີບຫັດຖະກຳທີ່ເປັນມູນເຊື້ອ ແລະ ເອກະສານປະຫວັດສາດ, ບັນດາຮູບພາບທີ່ວາງສະແດງຢູ່ທີ່ນີ້ບໍ່ພຽງແຕ່ຖ່າຍເອົາຮູບພາບສະຖານທີ່ໜຶ່ງ ຫຼື ການເຄື່ອນໄຫວວັດທະນະທຳເທົ່ານັ້ນ, ຫາກຍັງແນະນຳເລື່ອງລາວ ກ່ຽວກັບປະຫວັດສາດ, ຄວາມຊົງຈຳ, ຮີດຄອງປະເພນີ ແລະ ການພົວພັນສະໜິດແໜ້ນລະຫວ່າງມະນຸດກັບທຳມະຊາດອີກດ້ວຍ. ງານວາງສະແດງໄດ້ຈັດຂຶ້ນຮອດວັນທີ 3 ພະຈິກ ຈຶ່ງຈະອັດລົງ.
