ກອງປະຊຸມສຳມະນາວິທະຍາສາດກ່ຽວກັບຄຸນຄ່າຢ່າງໝັ້ນຄົງຂອງບົດປະພັນ “ເສັ້ນທາງປະຕິວັດ”

ບັນດາບົດປະກອບຄຳເຫັນໄດ້ຢືນຢັນ ບັນດາຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຂອງບົດປະພັນ “ເສັ້ນທາງປະຕິວັດ” ທີ່ມີຕໍ່ພາລະກິດການປະວັດຫວຽດນາມ ແລະ ວຽກງານກໍ່ສ້າງປັບປຸງພັກໃນປະຈຸບັນ. ທ່ານ ຫງວຽນກາວເລີມ ອາຈານສອນຢູ່ພະແນກກໍ່ສ້າງພັກ ແລະ ແນວຄິດໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ຖືວ່າ :

“ ມາຮອດປະຈຸບັນ, ບົດປະພັນ “ເສັ້ນທາງປະຕິວັດ”ຍັງແມ່ນເອກະສານແຫ່ງຄວາມຮູ້ທາງດ້ານທິດສະດີ. ຄຸນຄ່າຂອງບົດປະພັນ “ເສັ້ນທາງປະຕິວັດ” ບໍ່ພຽງແຕ່ສະແດງໃຫ້ເຫັນທິດທາງການນຳພາຂອງພັກກອມມູນິດຫວຽດນາມ ໃນໄລຍະປະຫວັດສາດນັ້ນ ເທົ່ານັ້ນ, ຫາກຍັງສະແດງອອກຜ່ານກິດຈະການສ້າງສາປະເທດໃນປະຈຸບັນອີກດ້ວຍ, ພວກເຮົາຍັງສາມາດໝູນໃຊ້ເປັນບົດຮຽນໃຫ້ແກ່ກິດຈະການນຳພາສາງສາປະເທດຊາດ ”