ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ Farnborough International Airshow 2026 (20/7- 21/7) ຢູ່ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ທີ່​ຫາ​ກໍສິ້ນ​ສຸດ​ລົງ​ໃນ​ວັນ​ທີ 21 ກ​ໍ​ລະ​ກົດ, ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ (Vietnam Airlines)ໄດ້​ລົງ​ນາ​ມ​ໃນ​ບັນ​ດ​າ​ຂໍ້​ຕົກ​ລົງ​ເຊົ່າ​ເຮືອ​ບິນ Boeing 737 MAX 8 ຕື່ມ​ອີກ 19 ລຳ​ກັບ 3 ບໍ​ລິ​ສັ​ດ​ໃຫ້​ເຊົ່າ​ເຮືອ​ບິນ​ແຖວ​ໜ້າ​ໂລກ.

ຕາມ​ທ່ານ Barry Flannery, ຜູ້​ອຳ​ນວຍ​ການ​ໃຫຍ່ການ​ຄ້າຂອງ SMBC Aviation Capital, ຫວຽດ​ນາມ ພວມ​ຢູ່​ໃນ​ທ່າ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຕະ​ຫຼາດ​ການ​ບິນ​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ 2 ທົດ​ສະ​ວັດ​ຈະ​ມາ​ເຖິງ.

ສ່ວນ​ທ່ານ Paul Geaney, ​ປະ​ທານ, ຜູ້​ອຳ​ນວຍ​ການຝ່າຍ​ການ​ຄ້າ​ຂອງ Avolon, ກໍ​ຖື​ວ່າ ປ​ະ​ຈຸ​ບັນ ອາ​ຊີ - ປາ​ຊີ​ຟິກ ແ​ມ່ນ​ເຂດ​ການ​ບິນ​ໃຫຍ່​ທີ່​ສຸດ ແລະ ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລ​ກ; ໃນ​ກຸ່ມ 10 ຕະ​ຫຼາດ​ການ​ບິນ​ແຖວ​ໜ້າ​ຢູ່​ພາກ​ພື້​ນ, ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ລະ​ດັບ​ເຕີບ​ໂຕ​ໄວ​ໃນທົດ​ສະ​ວັດ​ຜ່ານ​ມາ, ດ້ວຍ​ລະ​ດັບ​ເພີ່ມ​ຂຶ້ນ 121%.