ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຢູ່ເຂດ Gaza ໃຕ້ ໃນວັນທີ 11 ພຶດສະພາ (ພາບ: TTXVN)

ຕາມນັ້ນແລ້ວ, ໃນຖະແຫຼງການທີ່ໄດ້ເອົາລົງໃນ Telegram, Hamas ໃຫ້ຮູ້ວ່າ ໄດ້ຍິງລູກຈະຫຼວດຈຳນວນ 130 ລູກ ໃສ່ນະຄອນ Tel Aviv ແລະ ເຂດພາກກາງ ຂອງ ອິດສະຣາແອັນ. ເຫດບຸກໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ ອິດສະຣາແອັນ ຕ້ອງເລີ່ມເຄື່ອນໄຫວລະບົບສະກັດກັ້ນ ແລະ ເຕືອນໄພຢູ່ທຸກບ່ອນທີ່ມີລູກສອນໄຟແນ່ໃສ່. ຕາມແຫຼ່ງຂ່າວໃນເບື້ອງຕົ້ນໃຫ້ຮູ້ວ່າ ມີປະຊາຊົນເສຍຊີວິດ 1 ຄົນ ແລະ ຮັບບາດເຈັບ 3 ຄົນ.

ຕໍ່ໜ້າສະພາບການທີ່ຜັນແປສັບສົນດັ່ງກ່າວ, ວັນທີ 11 ພຶດສະພາ, ກະຊວງການຕ່າງປະເທດ ລັດເຊຍ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ ແລະ ຫຼີກລ້ຽງການປະທະກັນຢູ່ ເຢຣູຊາແລມ ຕາເວັນອອກ ແລະ ເຂດ Gaza. ລັດເຊຍ ຈະຊອກຫາມາດຕະການຮອບດ້ານ ແລະ ຍືນຍົງ ດ້ວຍການຄົງຕົວຂອງທັງ 2 ລັດ, ອິດສະຣາແອນ ແລະ ປາແລັດສະຕິນ.