ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເຊັກໂກ Jan Hamacek (ພາບ: AFP/TTXVN) |
ວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເຊັກໂກ Jan Hamacek ໄດ້ປະກາດວ່າ ປະເທດນີ້ ຈະເນລະເທດພະນັກງານຂອງສະຖານທູດ ລັດເຊຍ 18 ຄົນຍ້ອນສົງໄສວ່າ ອົງການສືບລາຊະການລັບຂອງ ລັດເຊຍ ມີສ່ວນກ່ຽວຂ້ອງເຫດການລະເບີດຄັງລູກປຶມຂອງທະຫານ ເຊັກໂກ ເມື່ອປີ 2014. ໃນວັນດຽວກັນ, ກະຊວງການຕ່າງປະເທດ ຢູແກຼນ ກໍ່ໄດ້ປະກາດວ່າ ນັກການທູດຂັ້ນສູງທ່ານ 1 ຢູ່ສະຖານທູດ ລັດເຊຍ ປະຈຳ Kiev ຕ້ອງອອກຈາກ ຢູແກຼນ ໃນຮອບເວລາ 72 ຊົ່ວໂມງ. ນີ້ແມ່ນການກະທຳໂຕ້ຕອບຂອງ Kiev ພາຍຫຼັງ ມົດສະກູ ເນລະເທດພະນັກງານກົງສູນໃຫຍ່ ຢູແກຼນ ປະຈຳ St.Petersburg. ຕາມທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ແລ້ວ, ສາຍເຫດພາເຖິງຂໍ້ຕົກລົງນີ້ ແມ່ນຄວາມສົງໄສວ່າບັນດານາຍທະຫານສືບລາຊະການລັບ ຂອງກອງທັບ ລັດເຊຍ ມີສ່ວນກ່ຽວຂ້ອງເຖິງເຫດລະເບີດຄັງລູກປຶມຢູ່ Vrbetice (ເຊັກໂກ) ເມື່ອປີ 2014 ເຮັດໃຫ້ຊາວ ເຊັກໂກ 2 ຄົນເສຍຊີວິດ.

