ດ່ານຊາຍແດນ Kerem Shalom (ພາບ: AFP)

ໃນວັນດຽວກັນ, ໜັງສືພິມພາສາ Hebrew ບາງສະບັບ ຂອງ ອິດສະຣາແອັນ ໄດ້ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu ກ່າວເຕືອນວ່າ ບັ້ນຕໍ່ສູ້ການທະຫານນີ້ ຈະແກ່ຍາວໄປຕື່ມອີກ 2 – 3 ວັນ ແລະ “ທຸກການກະທຳຍິງລູກຈະຫຼວດຈາກເຂດ Gaza ຈະຖືກໂຕ້ຕອບຢ່າງແຮງ”.

ໃນຂະນະນັ້ນ, ຂະບວນການ Fatah ຂອງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ແລະ ກຸ່ມ Hamas ພວມຄວບຄຸມເຂດ Gaza ໄດ້ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ຕໍ່ສູ້ກັບບັນດາກຳລັງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ໃນວັນທີ 18 ພຶດສະພາ.

ກະຊວງສາທາລະນະສຸກ ປາແລັດສະຕິນ ແຈ້ງໃຫ້ຊາບວ່າ ນັບແຕ່ວັນທີ 7 ພຶດສະພາ ມານີ້, ມີຊາວ ປາແລັດສະຕິນເສຍຊີວິດ 237 ຄົນ ແລະ ຫຼາຍກວ່າ 6.270 ຄົນ ຮັບບາດເຈັບ. ສ່ວນຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ໃຫ້ຮູ້ວ່າ ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ ຊາວປາແລັດສະຕິນ ຫຼາຍກວ່າ 52.000 ຄົນ ຕ້ອງປະລະເຮືອນຊານ.