ຕາມ​ອົງ​ການ​ສະ​ຖິ​ຕິ​ເອີ​ລົບ, ໃນ 6 ເດືອນ​ຕົ້ນ​ປີ 2026, ການ​ນຳ​ເຂົ້າ​ໝາກ​ໄມ້ ແລະ ຜັກ​ຂອງ​ສະ​ຫະ​ພາບ ເອີ​ລົບ ຈາກ​ບັນ​ດາ​ຕະຫຼາດນອກ​ກຸ່ມ​ໄດ້​ຮັບ​ຮູ້​ມີ​ບັ​ນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ປະ​ລິ​ມານ, ຂອບ​ເຂດ​ກໍ່​ຄື​ບັນ​ດາ​ທ່າ​ອ່ຽງ​ທີ່​ມີ​ຄວາມ​ຕ້ອງ​ການ​ຊົມ​ໃຊ້. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ຫວຽດ​ນາມ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ສະ​ໜອງ​ໝາກ​ໄມ້​ມໍ​ລະ​ຊຸມ ແລະ ຜັກ​ໝາກ​ໄມ້​ໄດ້​ປຸງ​ແຕ່ງ​ທີ່​ມີ​ລະ​ດັບ​ການ​ເຕີບ​ໂຕ​ໄວ. ວົງ​ການ EU ນຳ​ເຂົ້າ​ຜັກ​ໝາກ​ໄມ້​ຈາກ ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 26%, ຍົກ​ອັດ​ຕາ​ສ່ວນຂອງ​ຫວຽດ​ນາມ ໃນ​ຍອ​ດ​​ມູນ​ຄ່າການ​ນຳ​ເຂົ້າ​ຜັກ​ໝາກ​ໄມ້​ນອກ​ກຸ່ມ​ຂອງ EU ຈາກ 0,81% ຂຶ້ນ 1%. ຜູ້​ຊົມ​ໃຊ້ EU ນັບ​ມື້​ນັບ​ມີ​ຄວາມ​ເອົາ​ໃຈ​ໃຈ​ເຖິງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ເພີ່ມ​ຂຶ້ນ, ພາ​ໄປ​ເຖິງ​ການ​ທ່າ​ອ່ຽງ​ບຸ​ລິ​ມະ​ສິດ​ບັນ​ດາ​ຜະ​ລິດ​ຕະ​ພັນທີ່​ມີ​ຄຸນ​ນະ​ພາບ​ເປັນ​ປົກ​ກະ​ຕິ, ລາ​ຄາ​ເໝາະ​ສົມ. ສິ່ງ​ນີ້​ພາ​ໄປ​ເຖິງ​ການ​ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ. ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຂະ​ແໜງ​ຜັກ​ໝາກ​ໄມ້ ຫວຽດ​ນາມ ສື​ບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ຕອບ​ສະ​ໜອ​ງບັນ​ດາ​ມາດ​ຕະ​ການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ສຸ​ຂະ​ອາ​ນາ​ໄມ ແລະ ກວດ​ກາດ​ຜືດ​ຂອງ​ຕະຫຼາດ EU.