ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ຕຽນ​ເຈົາ ເນັ້​ນ​ໜັກ​ວ່າ ບັນ​ດາ​ກົນ​ໄກ​ພິ​ເສດ, ນະ​ໂຍ​ບາຍ ແລະ​ ແຫຼ່ງ​ທຶນ ໄດ້​ຮັບ​ການ​ຈັດ​ແບ່ງ​ໂດຍ​ພື້ນ​ຖານ​ແລ້ວ, ດ​ັ່ງ​ນັ້ນ, ນັບ​ແຕ່​ນີ້​ຮອດ​ວັນ​ທີ 30 ສິງ​ຫາ 2026, ບັນ​ດາ​ທ້ອງ​ຖິ່ນ ຕ້ອງ​ຕັດ​ສິນ​ໃຈ​ນຳ​ບັນ​ດາ​ກິດ​ຈະ​ກຳ​ດັ່​ງ​ກ່າວ​ເຂົ້າ​ໃຊ້​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງວ່າ:

“ສະ​ເໜີ​ໃຫ້​ບັນ​ດາ​ຫົວ​ໜ່ວຍ ແນະ​ນຳ​ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ກົນ​ໄກ, ມາດ​ຕະ​ການແກ້​ໄຂ, ບັນ​ດາ​ບັນ​ຫາ​ທີ່​ຄວນ​ເອົາ​ໃຈ​ໃສ່​ເພື່ອ​ຮັບ​ປະ​ກັນ​ທາງ​ດ້ານ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ຄວາມ​ປອດ​ໄພ​ຂອງ​ກິດ​ຈະ​ກຳ. ສະ​ເໜີ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ເປັນ​ເຈົ້າ​ການ​ແນະ​ນຳ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັ​ບ​ແຫຼ່ງວັດ​ຖຸ​ດິບ​ຮັບ​ໃຊ້​ໃຫ້​ແກ່​ການ​ກໍ່​ສ້າງ​ໂຮງ​ຮຽນ​ແຫ່ງ​ຕ່າງໆ​ໃຫ້​ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ ຄວາມ​ຄືບ​ໜ້າ”.