ກ່າວ​ຄຳ​ເຫັນ​ທີ່​ຫ້ອງຮູບ​ໄຂ່, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ ສອງ​ຝ່າຍ​ຫາ​ກໍ່​ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ສຳ​ຄັນ​ໃນ​ການ​ເຈ​ລະ​ຈາ ແລະ ບັນ​ດາມາດຕາ​ພື້ນ​ຖານ​ຂອງ​ຂໍ້​ຕົກ​ລົງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ່​ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຈ​ລະ​ຈາ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ ອີ​ຣານ ແລະ ເຊື່ອ​ໝັ້ນ​ວ່າ ທ່ານ Ayatollah Mojtaba Khamenei ການ​ນຳ​ສູງ​ສຸດ ​ອີ​ຣານ ຈະ​ຍອມ​ຮັບ​ກ່ຽວ​ກັບ​ດ້ານ​ການ​ເມືອງສຳລັບ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້. ຕາມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລ້ວ, ປັດ​ຈຸ​ບັນ ເອ​ກະ​ສານ​ສະ​ບັບ​ນີ້​ແມ່ນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຢ່າງ​ແຮງ​ທີ່​ສຸດ ແລະ ອາດ​ສາ​ມາດ​ໄດ້ເຮັດສຳ​ເລັດ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ຖ້າ​ບັນ​ດາ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ບັນ​ດາ​ຂໍ້​ມູນລາຍລະອຽດ​ສຸດ​ທ້າຍ.

ກົງ​ກັນ​ຂ້າມ, ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໄດ້​ປະ​ກາດ​ປະ​ຕິ​ເສດ​ການ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່​ກັບ ອາ​ເມ​ລິ​ກາ. ທ່ານ Baqaei ຢັ້ງ​ຢືນວ່າ ມີຫຼາຍ​ເນື້ອ​ໃນ​ໃນ​ການ​ເຈ​ລະ​ຈາ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາ​ບ​ແລ້ວ ແຕ່​ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ.