|
(ພາບ: AFP/TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ໂດຫາ, ທ່ານລັດຖະມົນຕີການຕ່າງປະເທດກາຕາ Mohammed bin Abdulrahman Al Thani, ຖະແຫຼງວ່າ, ບັນດາມາດຕະການເພື່ອແນໃສ່ເຮັດໃຫ້ກາຕາ ຕົກຢູ່ໂດດດ່ຽວ ຂອງ ອະຊຸດີ ອາຣາເບຍ, ສະຫະລັດອາຣັບເອັມມີເລັດ (UAE), ບາເຣັນ ແລະ ບັນດາປະເທດອືຶ່ນໆແມ່ນການກະທຳເກາະຜິດ, ພ້ອມທັງເນັ້ນໜັກເງື່ອນໄຂຕັດສິນຊີ້ຂາດສຳລັບບັນດາການເຈລະຈາແມ່ນຢຸດຕິບັນດາມາດຕະການດັ່ງກ່າວ. ຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດກາຕາ ຖືກຍົກອອກມາ ພາຍຫຼັງລັດຖະມົນຕີການຕ່າງປະເທດ UAE ກ່າວເຕືອນການປິດລ້ອມທາງການທູດສຳລັບໂດຫາ ອາດຈະແກ່ຍາວເປັນເວລາຫຼາຍປີ, ພ້ອມທັງຖະແຫຼງວ່າຈະບໍ່ມີມາດຕະການແກ້ໄຂໃດໆຖ້າຫາກ ກາຕາ ບໍ່ຢຸດຕິການໜູນຊ່ວຍກໍ່ການຮ້າຍ.
ແລະກໍ່ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຕາກາ ຫງວຽນຮັ່ງ ໃຫ້ຮູ້ວ່າ: ການເຄື່ອນໄຫວຕ່າງໆຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕາກາ ຍັງດຳເນີນໄປເປັນປົກກະຕິ.

