(ພາບປະກອບ: THX/TTXVN) |
ວັນທີ 26 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູຕຳແໜ່ງ ຝລັ່ງ Emmanuel Macron ແຈ້ງໃຫ້ຊາບວ່າ, ອິດສະຣາແອັນ ແລະ ລີບັງ ໄດ້ເຫັນດີກັບຂໍ້ສະເໜີຂອງ ວໍຊິງຕັນ ກ່ຽວກັບຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ເຮັກໂບລາ. ຍ້ອງຍໍ “ບັນດາຄວາມມານະພະຍາຍາມທາງການທູດໂດຍບໍ່ຮູ້ອິດຮູ້ເມື່ອຍເປັນເວລາຫຼາຍອາທິດ”, ຖະແຫຼງການຮ່ວມຂອງການນຳ 2 ທ່ານເນັ້ນໜັກວ່າ: “ຂໍ້ຕົກລົງໄດ້ສ້າງຂຶ້ນເພື່ອຢຸດຕິບັນດາການກະທຳເປັນປໍລະປັກຕະຫຼອດໄປ”, ພ້ອມກັນນັ້ນ, “ສ້າງເງື່ອນໄຂເພື່ອຟື້ນຟູບັນຍາກາດສະຫງົບງຽບຢ່າງຍາວນານ ແລະ ອະນຸຍາດໃຫ້ພົນລະເມືອງຢູ່ທັງ 2 ປະເທດກັບເມືອບ້ານດ້ວຍຄວາມປອດໄພ” ຢູ່ທັງ 2 ຟາກຊາຍແດນ. ອາເມລິກາ ແລະ ຝລັ່ງ ຈະມານະພະຍາຍາມ “ຮັບປະກັນໃຫ້ຂໍ້ຕົກລົງນີ້ໄດ້ຮັບການຜັນຂະຫຍາຍ, ປະຕິບັດຢ່າງຄົບຖ້ວນ ແລະ ຮັກສາຄວາມຕັດສິນໃຈສະກັດກັ້ນວິກິດການນີ້ໃຫ້ກາຍເປັນການໃຊ້ຄວາມຮຸນແຮງອື່ນ”.
ຕາມບັນດາເຈົ້າໜ້າທີ່ແລ້ວ, ຂໍ້ຕົກລົງຢຸດຍິງຢູ່ ລີບັງ ຮຽກຮ້ອງໃຫ້ກອງທັບ ອິດສະຣາແອັນ ຖອນອອກຈາກພາກໃຕ້ ລີບັງ ແລະ ກອງທັບ ລີບັງ ຈະຜັນຂະຫຍາຍໃນເຂດ. ເຮັກໂບລາ ຈະຢຸດຕິການປະກົດຂອງອາວຸດຢູ່ລຽບຕາມເຂດຊາຍແດນທາງທິດໃຕ້ແມ່ນ້ຳ Litani.

