ງານວາງສະແດງບັນດາພາຍຖ່າຍກ່ຽວກັບປະເທດຫວຽດນາມ ຢູ່ ປາລາກວາຍ (ພາບ: vietnamplus.vn)

ໃນຂອບເຂດ“ຊຸມວັນບຸນຫວຽດນາມຢຸູ່ Asuncion”, ມີບັນດາກິດຈະກຳທີ່ໄດ້ຜັນຂະຫຍາຍຄືການໂອ້ລົມສົນທະນານຳສະເໜີກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າແລະການທ່ອງທ່ຽວລະຫວ່າງຫວຽດນາມແລະປາລາກວາຍ; ການວາງສະແດງຮູບພາບແລະສາຍຮູບເງົາ; ວາງສະແດງບັນດາຜະລິດຕະພັນສິນຄ້າສົ່ງອອກ, ເຄື່ອງສິນລະປະຫັດຖະກຳຂອງຫວຽດນາມ; ແລະແນະນຳອາຫານການກິນຫວຽດນາມ.

ກິດຈະກຳດັ່ງກ່າວໄດ້ຮັບຄວາມສົນອົກສົນໃຈຢ່າງກວ້າງຂວາງຈາກບັນດາວົງການນັກການເມືອງ, ຄະນະວິສາຫະກິດແລະ ດຶງດູດແຂກນັບຮ້ອຍເທື່ອຄົນມາເຂົ້າຮ່ວມແລະຢ້ຽມຊົມງານວາງສະແດງຄັ້ງນີ້.