ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ເຊົ້າວັນທີ 4 ພະຈິກ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້ປຶກສາຫາລືກັນ​ຢູ່​ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນ ແລະ ​ຮ່າງ​ກົດ​ໝາຍ​ວ່າດ້ວຍການລະບຸຕົວຕົນ ແລະ ການຢັ້ງ​ຢືນ​ຕົວ​ຕ​ົນ​​ທາງເອ​ເລັກ​ໂຕ​ນິກ.

​ທ່ານ ເຈິ່ນ​ແມ້ງ​ຮຸຍ, ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ດ່ານັ້ງ ສະ​ເໜີກົນໄກ ​ສະ​ກັດ​ກັ້ນ​ ແລະ ແກ້​ໄຂ​ຄວາມສ່ຽງລະຫວ່າງຂະແໜງການ, ຄວບຄຸມບັນ​ດາ​ຂ​ໍ້​ຂຶ້ນ​ກັບ​ລວມລະ​ຫວ່າງ​ລະບົບຂໍ້ມູນສຳຄັນ​ ແທນທີ່ຄຸ້ມຄອງ​ສະ​ເພາະແຕ່ລະຫົວໜ່ວຍ.

ອະ​ພິ​ປາຍຄຳເຫັນຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​ທ່ານ ເລືອງ​ຕາມກວາງ, ລັດຖະມົນຕີກະຊວງຕຳ​ຫຼວດ ຫວຽດ​ນາມ ​ໃຫ້​ຮູ້ວ່າ:

“ຫຼີກລ່ຽງການປົກ​ປ້ອງ​ແບບກະ​ແຈກກະຈາຍ​ຢູ່​ບັນ​ດາ​ບ່ອນ​ມີ​ຄວາມ​ສ່ຽງ​ຕ່ຳ ໃນຂະນະທີ່​ປະ​​ລະບ່ອ​ນ​ທີ່​ມີຄວາມສ່ຽງສູງ. ​ຮັບ​ເອົາ​ຂໍ້​ສະ​ຫຼຸບ​ຂອງ​ຄະນະປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຮ່າງ​ກົດ​ໝາຍ​ໄດ້ອອກແບບຫ້າລະດັບຄວາມສ່ຽງທີ່​ທຽບ​ເທົ່າ​ກັບຫ້າ​ລະ​ດັບຂອງລະບົບຂໍ້ມູນຂ່າວສານ​ຕາມກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ. ລະດັບຄວາມສ່ຽງ​ກໍ່ບໍ່​ປ່ຽນແທນການຈັດປະເພດຂໍ້ມູນຫຼັກ ຂໍ້ມູນ​ສຳ​ຄັນ​​ຕາມ​ກົດ​ໝາຍ​ວ່າ​ດ້ວຍຂໍ້ມູນ ແລະ ບໍ່ໃຫ້​ເກີດ​ບັນ​ຊີ​ລາຍ​ຊື່ໃໝ່ ຫາກ​ພຽງ​ ແຕ່ເປັນພື້ນຖານ​ເພື່ອ​ຄັດ​ເລືອກ​ມາດ​ຕະ​ການປົກປ້ອງ.”