ທີ່ພິທີປະກາດຂໍ້ຕົກລົງ |
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນໜັກວ່າ:
“ແຂວງ ບັກນິງ ຄວນສືບຕໍ່ຍູ້ແຮງການປະຕິຮູບດ້ານການບໍລິຫານ; ສ້າງອຳນາດການປົກຄອງແຫ່ງຄວາມສັດຊື່ບໍລິສຸດ, ສ້າງສັນ, ມີການກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ພັດທະນານະຄອນສະຫລາດ, ອຳນາດການປົກຄອງເອເລັກໂຕນິກ, ຮັບປະກັນການເປີດເຜີຍ, ໂປ່ງໃສ. ເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາສິ່ງແວດລ້ອມ; ການຄຸ້ມຄອງ, ນຳໃຊ້ທີ່ດິນ, ຊັບພະຍາກອນຢ່າງມີປະສິດທິຜົນ; ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເອົາໃຈໃສ່ພັດທະນາດ້ານວັດທະນະທຳ - ສັງຄົມ, ຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຜູ້ມີຄຸນງາມຄວາມດີ, ເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກ”.
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ກໍ່ໃສ່ໃຈວ່າ ບັກນິງ ຄວນສ້າງບັນຍາກາດເປັນຕົວເມືອງເປີດ, ສະຫລາດ ດ້ວຍສະຖາປັດຕະຍະກຳຂຽວ, ທັນສະໄໝ, ເຂັ້ມຂຸ້ນໄປ ດ້ວຍສີສັນວັດທະນະທຳຂອງ ບັກນິງ.

