
ກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ
(vovworld) – ຕອນບ່າຍວັນທີ 18/12, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ, ໂດຍສະໂມສອນກະສິກຳເຕັກໂນໂລຢີສູງ (DAA ຫວຽດນາມ), ຫົວໜ່ວຍຂຶ້ນກັບສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຕັ້ງ. ເມື່ອໂອ້ລົມສົນທະນາກັບບັນດາວິສາຫະກິດ ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ກະສິກຳແມ່ນທ່າແຮງຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ບັນດາການກຳນົດທິດໃຫຍ່ຂອງພັກ ແລະ ລັດ ເພື່ອພັດທະນາກຳລັງວິສາຫະກິດກະສິກຳກໍ່ຄືຕອບຄຳຖາມຂອງບັນດາວິສາຫະກິດເພື່ອຊຸກຍູ້ການໝູນໃຊ້ອຸດສາຫະກຳໃນກະສິກຳ.

ກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ
