
ທ່ານເລຂາທິການໃຫຍ່ ເຮັດວຽກຢູ່ກອນຕຸມ
(ພາບ; TTXVN)
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຈາະຈີ້ມວ່າ, ການພັດທະນາເສດຖະກິດດ່ານຊາຍແດນ ກໍ່ແມ່ນທິດເດີນຂອງແຂວງ ກອນຕຸມ, ເພື່ອເສີມຂະຫຍາຍບົດບາດເປັນແຫ່ງແລກປ່ຽນການຄ້າກັບ ລາວ, ກຳປູເຈຍ, ໄທ ແລະ ມຽນມາ. ທ່ານຍັງໃສ່ໃຈເປັນພິເສດວ່າ, ກອນຕຸມ ຄວນຂຸດຄົ້ນ, ເສີມຂະຫຍາຍທ່າແຮງຈາກປ່າ, ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບ. ຄຽງຂ້າງນັ້ນ, ກອນຕຸມ ຄວນປົກປັກຮັກສາ, ຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນກ່ຽວກັບທີ່ດິນອັນກວ້າງໃຫຍ່ໃນບໍລິເວນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ເຮັດວຽກງານການຕ່າງປະເທດໃຫ້ດີ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ.
