ທ່ານ Mark Rutte ​ເລ​ຂາ​ທິ​ການ​ໃຫຍ່ NATO ໄດ້​ແນະ​ນຳ​ຂໍ້​ລິ​ເລີ່ມ Drone Edge ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອງ​ກັນ, ຕ້ານ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV), ດ້ວຍ​ຄຳ​ໝັ້​ນ​ສັນ​ຍາ​ລົງ​ທຶນກວ່າ 40 ຕື້ USD ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ.

​ອົງ​ການ​ນີ້​ກໍ​ປະ​ກາດຫຼາຍ​ໂຄງ​ການ​ຊື້​ອາ​ວຸດ​ລວມ. ຕາມ​ທ່ານ​ Mark Rutte, ເລ​ຂາ​ທິ​ການ​ໃຫຍ່ NATO ແລ້ວ, ບັນ​ດາ​ໂຄງ​ການ​ໃໝ່ ແນ​ໃສ່​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ລາຍ​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ​ກາຍ​ເປັນ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ຕົວ​ຈິງ, ໃນ​ສະ​ພາບ​ການ NATO ຊຸກ​ຍູ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຍົກ​ງົບ​ປະ​ມານ​ໃຊ້​ຈ່າຍ​ດ້ານ​ປ້ອ​ງ​ກັນ​ຊາດ​ຂຶ້ນ​ເປັນ 5% GDP ໃນ​ປີ 2035 ແລະ ເອີ​ຣົບ ຕ້ອງ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ຄວາມ​ໝັ້ນ​ຄົງຫຼາຍກວ່າ​ອີກ.