ຕອນເຊົ້າວັນທີ 28 ຕຸລາ, ຢູ່ Cebu ຟີລິບປິນ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 20 ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ Gilberto Teodoro ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ. ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນີຕ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າເຂົ້າຮ່ວມ.
ທີ່ກອງປະຊຸມ, ໂດຍຕາງໜ້າຄະນະຜູ້ແທນຂັັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ຢູ່ລະດັບສູງສຸດເພື່ອໃຫ້ ຟີລິບປິນ ປະຕິບັດສຳເລັດບົດບາດໜ້າທີ່ປະທານ ອາຊຽນ 2026; ສືບຕໍ່ປັບປຸງນ້ຳໃຈສາມັກຄີ, ກຳລັງແຮງຂອງ ອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຢ່າງໄຫວພິບ ແລະ ເປັນເຈົ້າການ ທີ່ໄດ້ວາງອອກຢູ່ພາກພື້ນ, ເພື່ອພາກພື້ນແຫ່ງສັນຕິພາບ, ມີຄວາມໝັ້ນຄົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
