ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ຢູ່ Cebu ຟີ​ລິບ​ປິນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ (ADMM) ຄັ້ງ​ທີ 20 ໄດ້​ດຳ​ເນີນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ ​ Gilberto Teodoro ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ. ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນີ​ຕ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ​ເຂົ້າ​ຮ່ວມ.

ທີ່ກອງ​ປະ​ຊຸມ, ໂດຍ​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ​ຂັັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ສະໜັບ​ສະ​ໜູນ ຢູ່​ລະ​ດັບ​ສູງ​ສຸດ​ເພື່ອ​ໃຫ້ ຟີ​ລິບ​ປິນ ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ໜ້າ​ທີ່​ປະ​ທານ ອາ​ຊຽນ 2026; ສືບ​ຕໍ່​ປັບ​ປຸງ​ນ້ຳ​ໃຈ​ສາ​ມັກ​ຄີ, ກຳ​ລັງ​ແຮງ​ຂອງ ອາ​ຊຽນ ເພື່ອ​ຮັບ​ມືກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ຢ່າງ​ໄຫວ​ພິບ ແລະ ເປັນ​ເຈົ້າ​ການ​ ທີ່​ໄດ້​ວາງ​ອອກ​ຢູ່​ພາກ​ພື້ນ, ເພື່ອ​ພາກ​ພື້ນ​ແຫ່ງ​ສັນ​ຕິ​ພາບ, ມີ​ຄວາມ​ໝັ້ນ​ຄົງ ແລະ ສ້າງ​ຄວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ.