ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ, ທ່ານ ຫງວຽນ​ມິງ​ຈຽດ ​ເລ​ຂາ​ຜູ້​ປະ​ຈຳ​ການ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ, ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ເນັ້ນ​ໜັກວ່າ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດ ໂຮ່​ຈີ​ມິນ​ຄັ້ງ​ທີ XIII ແມ່ນ​ເຫດ​ການ​ເມືອງ​ສຳ​ຄັນ​ຂອງ​ອົງ​ການ​​ຊາວ​ໜຸ່ມ, ວັນ​ບຸນ​ໃຫຍ່​ຂອງ​ໄວ​ໜຸ່ມທົ່ວ​ປະ​ເທດ. ກອງ​ປະ​ຊຸມ​ຈະ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ລວມ​ມີ: ສະຫຼຸບ, ຕີ​ລາ​ຄາ​ວຽກ​ງານ​ຄະ​ນະ​ຊາວ​ໜຸ່ມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ອາ​ຍຸ​ການ 2022 – 2026, ກົດ​ນົດ​ເປົ້າ​ໝາຍ, ໜ້າ​ທີ່, ວິ​ທີ​ການ​ການ​ປະ​ຕິ​ບັດ​ວຽກ​ງານ​ຊາວ​ໜຸ່ມ ແລະ ຂະ​ບວນ​ການ ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ອາ​ຍຸ​ການ 2026 – 2031, ປຶກ​ສາ​ຫາ​ລື, ຕັດ​ສິນ​ໃຈ​ປັບ​ປຸງ, ເພີ່ມ​ເພີ່ມ​ກົດ​ລະ​ບຽບ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ຊຸດ​ທີ XIII. ກອງ​ປະ​ຊຸມ​ໃຫ​ຍ່​ຈະ​ດຳ​ເນີນ​ໃນ​ສອງວັນ​ແຕ່​ວັນ​ທີ 24 – 25 ມິ​ຖຸ​ນາ​ຢູ່​ຮ່າ​ໂນ້ຍ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ມີ​ຜູ້​ແທນ​ທາງ​ການ 786 ຄົນ ເຊິ່ງ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ສະ​ມາ​ຊິກຄະ​ນະ​ຊາວ​ໜຸ່ມ, ໄວ​ໜຸ່ມ ຫວຽດ​ນາມ 21,6 ລ້ານຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ ຜູ້​ແທນ 144 ຄົນ​ເປັນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ 2 ຄົນ​ຕາງ​ໜ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.