ທ່ານໂຮກວາງເລີ້ຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: VGP)

ທ່ານໂຮກວາງເລີ້ຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ ດ້ວຍທິດນຳ “ສາມັກຄີ - ມີລະບຽບວິໄນປ່ຽນແປ່ງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ຈະກຳນົດທິດໃຫ້ສະມາຄົມທຸກຂັ້ນ ແລະຖັນແຖວຜູ້ເຮັດວຽກງານການຂ່າວໃນທົ່ວປະເທດສືບຕໍ່ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນສ້າງພື້ນຖານສື່ມວນຊົນ ປະຕິວັດຫວຽດນາມໃຫ້ ເປັນມືອາຊີບ, ທັນສະໄໝ, ເຕັມໄປດ້ວຍລັກສະນະຕໍ່ສູ້, ມະນຸດສະທຳ, ເພື່ອຜົນປະໂຫຍດຂອງປະເທດຊາດ, ປະຊາຊົນ, ເພື່ອປະເທດໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.

ກອງປະຊຸມໄດ້ຕີລາຄາ, ສະຫຼຸບບັນດາການເຄື່ອນໄຫວສື່ມວນຊົນ ແລະ ການເຄື່ອນໄຫວຂອງສະມາຄົມໃນອາຍຸການ 5 ປີຜ່ານມາ, ກຳນົດທິດທາງ, ໜ້າທີ່ສຳຄັນໃຫ້ແກ່ອາຍຸການ XI, ປະຕິບັດຄຳສັ່ງຂອງຄະນະເລຂາກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ການເຄື່ອນໄຫວຂອງສະມາຄົມນັກຂ່າວຫວຽດນາມ ໃນສະພາບການໃໝ່, ເລືອກຕັ້ງຄະນະບໍລິຫານສະມາຄົມ, ຄະນະກວດກາສະມາຄົມນັກຂ່າວຫວຽດນາມຊຸດທີ XI (ອາຍຸການ 2020 - 2025).