ດ້ວຍທິດນຳ “ສາມັກຄີ - ປ່ຽນແປງໃໝ່ - ເປັນມືອາຊີບ - ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະພາກາແດງ ຫວຽດນາມ ຄັ້ງທີ XII ອາຍຸການ 2026 – 2031 ຈະດຳເນີນແຕ່ວັນທີ 27 – 28 ກໍລະກົດ 2026 ຢູ່ຮ່າໂນ້ຍ. ກອງປະຊຸມດຳເນີນກົງກັບເວລາສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະພາກາແດງ ຫວຽດນາມ(23/11/1946 - 23/11/2026), ສ້າງເສັ້ນທາງແຫ່ງການພັດທະນາໃໝ່ຂອງສະພາກາແດງ ຫວຽດນາມ ໃນສະພາບການປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາໃໝ່, ຮຽກຮ້ອງນັບມື້ນັບສູງສຳລັບວຽກງານມະນຸດສະທຳ, ສະຫວັດດີການສັງຄົມ ແລະ ການພັດທະນາແບບຍືນຍົງ. ທີ່ການຖະແຫຼງຂ່າວດຳເນີນໃນຕອນເຊົ້າວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫ໋າຍແອັງ, ຮອງປະທານ, ເລຂານຸກາໃຫຍ່ສະພາກາແດງ ຫວຽດນາມ ເນັ້ນໜັ້ກວ່າ:
ພວກເຮົາກ້າວເຂົ້າສູ່ອາຍຸການ 2026 – 2031 ໃນສະພາບການປະເທດຊາດກ້າວເຂົ້າສັງກາດພັດທະນາໃໝ່ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນຂອງຊາດ, ພ້ອມທັງກໍ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ເຄີຍມີມາກ່ອນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ… ໃນສະພາບການນັ້ນ, ວຽກງານມະນຸດສະທຳຕ້ອງກາຍເປັນພາກສ່ວນສຳຄັນຂອງການພັດທະນາແບບຍືນຍົງ, ຂອງຄວາມໝັ້ນຄົງມະນຸດ ແລະ ຄວາມສາມາດຮັບມືຂອງປະຊາຄົມ.
