ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ; ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມໂດຍກົງຢູ່ຫ້ອງປະຊຸມ ຢຽນຮົ່ງ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຊົມຄຼິບວິດີໂອ “40 ປີແຫ່ງການດຶງດູດການລົງທຶນຕ່າງປະເທດ” ແລະ ຮັບຟັງເຊື່ອມຊຶມບັນດາເນື້ອໃນຈຸດສຸມ, ແກ່ນສານຂອງມະຕິສະບັບເລກທີ 10 ຂອງ ກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດທີ່ມີເງິນລົງທຶນຕ່າງປະເທດ. ກອງປະຊຸມ ເພື່ອແນໃສ່ຊ່ວຍໃຫ້ຖັນແຖວພະນັກງານ, ສະມາຊິກພັກມີຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່, ຈຸດສຸມຂອງມະຕິສະບັບດັ່ງກ່າວ. ບົນພື້ນຖານນັ້ນ ຫັນໂຄງການ, ແຜນການເຄື່ອນໄຫວເປັນລະອຽດ ແທດເໝາະກັບສະພາບຕົວຈິງ, ປະກອບສ່ວນນຳມະຕິເຂົ້າສູ່ຊີວິດໂດຍໄວ, ປຸກລຸກຄວາມຕັດສິນໃຈດ້ານການເມືອງ ແລະ ຈິດໃຈນະວັດຕະກຳໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ປະຕິບັດບັນດາເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ ໃຫ້ມີໄຊ.
ກອງປະຊຸມໄດ້ຮັບຟັງຜູ້ຕາງໜ້າລັດຖະບານລາຍງານສັງລວມເນື້ອໃນຫຼັກຂອງມະຕິເລກທີ 10, ຮັບຟັງບົດປະກອບຄວາມເຫັນຈຳນວນໜຶ່ງຂອງການນຳທ້ອງຖິ່ນ, ນັກລົງທຶນຕ່າງປະເທດ. ຫຼັງຈາກນັ້ນ, ກ່າວປາໄສຊີ້ນຳຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ມະຕິເລກທີ 10 ສະແດງໃຫ້ເຫັນການປ່ຽນແປງໃນຈິນຕະນາການພັດທະນາ, ເປັນເຈົ້າການຄັດເລືອກ ແລະ ນຳໃຊ້ແຫຼ່ງກຳລັງສາກົນເພື່ອສ້າງຄວາມສາມາດແກ້ງແຍ້ງແຫ່ງຊາດ. ທ່ານໃຫ້ຮູ້ວ່າ:
ຕ້ອງເປັນເຈົ້າການເຂົ້າເຖິງ, ຄັດເລືອກ, ນຳພາ ແລະ ນຳໃຊ້ບັນດາແຫຼ່ງທຶນສາກົນຢ່າງມີປະສິດທິຜົນ ເພື່ອເພີ່ມເຕີມຄວາມສາມາດແຫ່ງຊາດ, ຕ້ອງຄິດໄລເຖິງປະສິດທິຜົນການດຶງດູດດ້ວຍສະມັດຕະພາບ ແລະ ຄຸນນະພາບຂອງທຶນ, ລະດັບນຳໃຊ້ເຕັກໂນໂລຢີ, ຈຳນວນວຽກງານທີ່ມີຄຸນນະພາບສູງ, ບຳລຸງກໍ່ສ້າງວິສະວະກອນ, ນັກຄຸ້ມຄອງຫວຽດນາມ, ເຊື່ອມຕໍ່ວິສາຫະກິດພາຍໃນປະເທດ ກັບລະບົບຕ່ອງໂສ້ການສະໜອງ, ສ້າງມູນຄ່າເພີ່ມຕື່ມອີກ, ເຂົ້າຮ່ວມບັນດາການເຄື່ອນໄຫວນະວັດຕະກຳຢູ່ ຫວຽດນາມ.
