ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ

ທີ່ກອງປະຊຸມ, ກຳມາທິການ ໄດ້ພິຈາລະນະ 2 ເນື້ອໃນນັ້ນແມ່ນ: ໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກ ແລະ ການຊ່ວຍໜູນສັງຄົມແບບຍືນຍົງ ໄລຍະ 2021 – 2025 ແລະ ບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການປະຕິບັດນະໂຍບາຍ, ລະບອບປະກັນໄພສັງຄົມ ແລະ ຄຸ້ມຄອງການນຳໃຊ້ກອງທຶນປະກັນໄພສັງຄົມ ປີ 2020.

ໃນການເຮັດວຽກໃນຕອນເຊົ້າວັນທີ 29 ມິຖຸນາ, ກຳມາທິການບັນດາບັນຫາສັງຄົມ ໄດ້ພິຈາລະນາ, ປະກອບຄຳເຫັນໃສ່ໂຄງການເປົ້າໝາຍແຫ່ງຊາດ ຫຼຸດຜ່ອນຄວາມທຸກຍາກ ແລະ ການຊ່ວຍໜູນສັງຄົມແບບຍືນຍົງໄລຍະ 2021 – 2025.